Please enable JavaScript in your browser preferences and then Reload this page!!!

ເລື່ອງສັ້ນບົດຮຽນລາຄາແພງ ~ bns studio

BNS STUDIO

ຍິນດີຕ້ອນຮັບທຸກທ່ານເຂົ້າສູ່ເວັບຂອງເຮົາ

Ads

ເລື່ອງສັ້ນບົດຮຽນລາຄາແພງ

ເລື່ອງສັ້ນ: ບົດຮຽນລາຄາແພງ

   


   ແພງ "ແພງ! ແພງ! ຢູ່ເຮືອນບໍ່?” ສົມຈັນເຄາະປະຕູເຮືອນພ້ອມທັງຮ້ອງຖາມ ເຈົ້າຂອງເຮືອນທີ່ຊື່ແພງສີ, ຫນ້ອຍຫນຶ່ງປະຕູເຮືອນໄດ້ຖືກເປີດຈາກຜູ້ທີ່ຢູ່ ດ້ານໃນ "ມີວຽກຫຍັງບໍ່ເອື້ອຍຈັນ? ເຂົ້າມາໃນເຮືອນພີ້ກ່ອນແມະ" ແພງສີເວົ້າຂື້ນ

"ເອີ!...ຄືວ່າ ເອື້ອຍຢາກຂໍຢືມເງິນນໍານ້ອງແດ່ໄດ້ບໍ່, ພໍດີລູກຊາຍເອື້ອຍ ເຂົ້າໂຮງຫມໍຕ້ອງໄດ້ໃຊ້ເງິນຫລາຍໃນການປິ່ນປົວ ເອື້ອຍຫາບໍ່ທັນເງິນ ເດືອນກະບໍ່ທັນອອກເທື່ອ" ສົມຈັນເວົ້າຂຶ້ນດ້ວຍນ້ໍາສຽງອ້ອນວອນ. ແພງສີບໍ່ ເວົ້າຫຍັງມີແຕ່ຢືນຢູ່ຄືກັບຄົນກໍາລັງໃຊ້ຄວາມຄິດ"ເອື້ອຍຢືມບໍ່ດົນດອກອາທິດຫນ້າເງິນເດືອນອອກແລ້ວກະຊິເອົາມາ ໃຊ້ຄືນ" ສົມຈັນເວົ້າຕໍ່

"ເອື້ອຍຊິຢືມຫລາຍປານໃດລະ?" ແພງສີຖາມຂຶ້ນ "5 ລ້ານ"

"ນ້ອງບໍ່ມີເງິນຫລາຍປານນັ້ນດອກ ເບິດເຮືອນຕອນນີ້ກະມີແຕ່ເງິນ 3 ລ້ານ"

"3 ລ້ານກະໄດ້ ເອື້ອຍກະຈົນປັນຍາອີ່ຫລີຈຶ່ງວ່າໄດ້ມາລົບກວນນ້ອງ"

"ຄັນຊັ້ນເອື້ອຍຖ້າບຶດຫນຶ່ງ ນ້ອງຊິໄປເອົາເງິນມາໃຫ້" ເວົ້າແລ້ວແພງສີ ກໍຍ່າງເຂົ້າໄປໃນເຮືອນເພື່ອເອົາເງິນມາໃຫ້ສົມນຢືມ, ຫນ້ອຍຫນຶ່ງ ແພງສີ ກໍຍ່າງກັບອອກມາພ້ອມກັບເງິນ 3 ລ້ານ

"ເອື້ອຍລອງນັບເບິ່ງກ່ອນແມະ" ແພງສີເວົ້າພ້ອມກັບຍື່ນເງິນໃຫ້ສົມຈັນ

"ບໍ່ຖ້ານັບກະໄດ້ດອກ ເອື້ອຍຟ້າວໄປແດ່ ອ້າຍວອນລາວຖ້າຢູ່ ຂອບໃຈນ້ອງຫລາຍໆເດີ້"

 


"ບໍ່ເປັນຫຍັງດອກ ຖືວ່າຊ່ວຍໆກັນໄປນັ້ນລະ"

"ຂອບໃຈເດີ້ນ້ອງ ອາທິດຫນ້າໄດ້ເງິນແລ້ວເອື້ອຍຊິຟ້າວເອົາມາຄືນໃຫ້ ເອື້ອຍໄປກ່ອນເດີ້" ເວົ້າແລ້ວສົມຈັນກໍຍ່າງອອກຈາກເຮືອນຂອງແພງສີໄປ.

ສົມຈັນ ແລະ ແພງສີຮູ້ຈັກ ຮັກແພງກັນມາໄດ້3-4 ປີແລ້ວຍ້ອນວ່າ ເຮືອນຂອງທັງສອງຢູ່ໃກ້ກັນພວກເຂົາຈຶ່ງໄປມາຫາສູ່ກັນເປັນປະຈໍາ ແລະ ຊ່ວຍເຫລືອອູ້ມຊູກັນຢູ່ເລື້ອຍໆ...

ຫນຶ່ງອາທິດຕໍ່ມາຮອດເວລາທີ່ສົມຈັນຈະຕ້ອງເອົາເງິນມາຄືນແພງສີ ຕາມທີ່ສັນຍາໄວ້ ແຕ່ກໍບໍ່ເຫັນສົມຈັນເອົາເງິນມາໃຊ້ຄືນ ແພງສີເອງກໍບໍ່ໄດ້ ຄອງຄອຍໃຫ້ສົມຈັນເອົາເງິນມາໃຊ້ຄືນແຕ່ຢ່າງໃດ ເພາະຕອນນີ້ຕົນເອງກໍບໍ່ ໄດ້ເດືອດຮ້ອນ ຫລື ຈໍາເປັນຫຍັງທີ່ຈະຕ້ອງໃຊ້ເງິນ ອີກຢ່າງລາວກໍຄິດວ່າ ທາງຄອບຄົວຂອງສົມຈັນເພີ່ນຄົງຈະຍັງມີຄວາມຫຍຸ້ງຍາກຢູ່ເລີຍບໍ່ທັນໄດ້ ເອົາເງິນມາຄືນ.

່ ສາມເດືອນຜ່ານໄປ ຍັງບໍ່ເຫັນວີ່ແວວວ່າສົມນັ້ນຈະເອົາເງິນມາຄືນ ແພງສີເລີຍ ໄລຍະນີ້ເປັນຊ່ວງເປີດພາກຮຽນໃຫມ່ ແພງສີຈຶ່ງມີຄວາມຈໍາ ເປັນທີ່ຈະຕ້ອງໃຊ້ເງິນ ເພື່ອເອົາໄປຊື້ອຸປະກອນການຮຽນ ແລະ ຈ່າຍຄ່າ ເຂົ້າໂຮງຮຽນໃຫ້ລູກ ລາວຈຶ່ງໄດ້ໄປຖາມເອົາເງິນຄືນນໍສົມຈັນ

"ເອື້ອຍຈັນ! ເອື້ອຍຈັນ! ຢູ່ເຮືອນບໍ່?" ແພງສີເອີ້ນຖາມ ແຕ່ບໍ່ມີໃຜ ຕອບແຖມປະຕູເຮືອນກໍອັດໃສ່ກະແຈໄວ້ອີກ

"ສົງໃສຊິບໍ່ຢູ່" ລາວເວົ້າກັບຕົນເອງ

 

ກັບມາເຮືອນລາວຈຶ່ງໄດ້ໂທໄປຫາສົມຈັນເພື່ອທີ່ຈະຖາມຂໍເງິນຄືນ "ອາໂຫລ" ສຽງປາຍສາຍຕອບຮັບ

"ອາໂຫລ ເອື້ອຍຈັນຫວາ ຄືວ່າ ນ້ອງຢາກຂໍເງິນທີ່ເອື້ອຍຢືມນັ້ນຄືນ ແດ່ ເພາະຈະໄດ້ເອົາໄປຊື້ເຄື່ອງນຸງໃຫ້ລູກໄປໂຮງຮຽນ"     ແພງສີເວົ້າດ້ວຍ ນ້ໍາສຽງນຸ້ມນວນ"ຢ້ານບໍ່ໄດ້ຫວານ້ອງ" ສົມຈັນຕອບຄືນສຽງແຂງ "ເອົາ! ເອື້ອຍຄືເວົ້າແນວນັ້ນ ກະບໍ່ແມ່ນວ່ານ້ອງຢ້ານບໍ່ໄດ້ດອກ ນີ້ນ ກະສາມເດືອນແລ້ວໃດເອື້ອຍ ນ້ອງກໍມີວຽກໃຊ້ ມີແນວ, ຕອນເອື້ອຍຢືມ ເອື້ອຍກະວ່າອາທິດຫນຶ່ງຊິໃຊ້ຄືນ ນີ້ກະຈົນກາຍມາຮອດສາມເດືອນນ້ອງ ຫາກໍ່ຖາມ" ແພງສີຊີ້ແຈງຕື່ມ "ກະຊິໃຫ້ຢູ່ດອກ ເງິນສອງສາມລ້ານກີບຫັ້ນ ບໍ່ມັກໃຫ້ຄົນມາຖາມ ຄັນມີກະຊິໃຫ້ເອງບໍ່ຕ້ອງຖາມ""ກະສ່ໍາເງິນສອງສາມລ້ານຫັ້ນແຫລະເອື້ອຍ ຄິດເຫັນໃຈຄົນອື່ນນໍາແນ່ ຖ້າບໍ່ມີວຽກໃຊ້ຊິຖາມບໍເອື້ອຍ ເວົ້າລະວ່າຢ້ານບໍ່ໄດ້ ຄິດເຫັນຕອນຢືມແດ່. ແມະ ເວົ້າມ່ວນໆແດ່" ແພງສີເວົ້າສຽງແຂງຕອບຄືນ "ເຫັນວ່າເປັນຄົນຮັກ ແພງກັນຊັ້ນດອກຈຶ່ງໃຫ້ຢືມ ຄິດວ່າຊິໄວ້ເນື້ອເຊື່ອໃຈກັນໄດ້""ອັນເງິນຊ່ໍານີ້ກະເວົ້າຫລາຍນໍນ້ອງນໍ ຢູ່ໄກກັນປານນີ້ເອື້ອຍບໍ່ຢາກໃຫ້ ເຈົ້າກະໄດ້ດອກນ້ອງ ຢ່າຄິດວ່າຊິໄດ້ຄືນ!” ເວົ້າສຸດສົມຈັນກໍຕັດສາຍທັນທີ່"ບໍ່ຄິດເລີຍວ່າເອື້ອຍຈັນຊິເປັນຄົນແບບນີ້" ແພງສີເວົ້າກັບໂຕເອງ         




ມື້ຕໍ່ມາແພງສີໄດ້ໄປຕະຫລາດເພື່ອຫາເລາະຊື້ເຄື່ອງໃຫ້ລູກ ລາວຍ່າງ ເຂົ້າໄປໃນຮ້ານຂາຍເຄື່ອງຂອງນວນຕາເຊິ່ງເປັນຄົນຮູ້ຈັກກັນໃນຖານະບ້ານ ໃກ້ເຮືອນຄຽງ

"ອ້າວ! ມາຊື້ຫຍັງແພງ" ນວນຕາຖາມຂຶ້ນເມື່ອເຫັນແພງສີຍ່າງ ເຂົ້າໄປໃນຮ້ານ

"ວ່າຊິມາຫາຊື້ເຄື່ອງນຸ່ງໃຫ້ລູກໄປໂຮງຮຽນນີ້ລະ"

"ເລືອກເບິ່ງຕາມສະບາຍໂລດເດີ້ ລາຄາບໍ່ແພງດອກ" ນວນຕາແນະ ກໍາແພງສີ

່ນວນຕາສັງເກດເຫັນສີຫນ້າຂອງແພງສີທີ່ມີຄວາມເສົ້າຫມອງຄືຈັ່ງວ່າ ມີເລື່ອງອັດອັ້ນຕັນໃຈຢູ່ນາງເລີຍເວົ້າຂຶ້ນ

"ເປັນຫຍັງເດແພງຄືວ່າເຮັດຫນ້າຕາເສົ້າຫມອງແທ້" ແພງສີຖອນຫາຍໃຈຍາວບາດຫນຶ່ງກ່ອນຈະເວົ້າ "ບໍ່ມື້ຫຍັງດອກອຸກໃຈຫນ້ອຍຫນຶ່ງ" "ອຸກໃຈເລື່ອງຫຍັງລະ" "ເງິນໂຕເຮັດໃຫ້ເພິ່ນຊັງໂຕ" "ແມ່ນຫຍັງ ຄືວ່າແນວນັ້ນ" ນວນຕາເຮັດຫນ້າເປັນສີງົງໆ

"ເລື່ອງມີຢູ່ວ່າ ສາມເດືອນກ່ອນນີ້ເອື້ອຍຈັນທີ່ຢູ່ຂ້າງເຮືອນຂ້ອຍຫັ້ນ ລາວມາຂໍຢືມເງິນນໍາຂ້ອຍ ເພື່ອເອົາໄປຈ່າຍຄ່າປິ່ນປົວລູກຊາຍລາວ ບາດມື້ ວານນີ້ຂ້ອຍຢາກໄດ້ເງິນມາຊື້ເຄື່ອງໃຫ້ລູກ ເລີຍໄປຖາມນໍາລາວ ພັດຖືກ. ລາວເວົ້າໃຫ້ວ່າ ຢ້ານບໍ່ໄດ້ບໍ ແລ້ວຂ້ອຍກະເລີຍອະທິບາຍໃຫ້ລາວຟັງ ລາວ ພັດວ່າຊິບໍ່ໃຊ້ຄືນ ຂ້ອຍພັດມາຮູ້ນໍາຫລັງວ່າເອື້ອຍຈັນລາວຍ້າຍໄປຢູ່ບ້ານ

ຜົວລາວແຕ່ອາທິດແລ້ວນີ້ພຸ້ນ

ບໍ່ຄິດເລີຍວ່າລາວຊິເປັນຄົນແນວນີ້"

"ແລ້ວເຈົ້າຊິເຮັດແນວໃດຕໍ່ລະບາດນີ້" ນວນຕາຖາມຂຶ້ນ

"ກະຄືຊິໄດ້ທໍາໃຈ ຄິດສາວ່ານີ້ເປັນຄ່າບົດຮຽນລາຄາແພງ ແລະ ເຈັບແສບທີ່ສຸດທີ່ຂ້ອຍຈະບໍ່ມີວັນລືມ....."

(ຈ໌ບ)

 





SHARE

Author

ຂ້າພະເຈົ້າ Mr bounsou ນັກພັດທະນາຊອບແວ ມີປະສົບການມາຫຼາຍ ກວ່າ7ປີ ໃນການສ້າງເວັບໄຊ ເບີ 020 56387587

  • Image
  • Image
  • Image
  • Image
  • Image
    Blogger Comment
    Facebook Comment

0 Comments:

แสดงความคิดเห็น