Please enable JavaScript in your browser preferences and then Reload this page!!!

10 ຂໍ້ບອກວ່າຄູ່ຊີວິດຂອງເຮົາເຂົ້າກັນບໍ່ໄດ້ເບິ່ງອອກງ່າຍໆ ~ bns studio

BNS STUDIO

ຍິນດີຕ້ອນຮັບທຸກທ່ານເຂົ້າສູ່ເວັບຂອງເຮົາ

Ads

10 ຂໍ້ບອກວ່າຄູ່ຊີວິດຂອງເຮົາເຂົ້າກັນບໍ່ໄດ້ເບິ່ງອອກງ່າຍໆ

 

1.        ນິໄສເຂົ້າກັນບໍ່ໄດ້ ນິໄສເຂົ້າກັນບໍ່ໄດ້

ໄລສະຕາຍການໃຊ້ຊີວິດບໍ່ຄືກັນ ບາງຄົນມັກທ່ຽວຜັບ, ມັກແສງສີ ອີກຄົນບໍ່ມັກບ່ອນສຽງດັງໆ ຫຼືການພັກຜ່ອນຄືການໄດ້ນອນຊິວໆຢູ່ເຮືອນ ສ່ວນອີກຄົນຄືການໄດ້ອອກໄປປາຕີ້ ພົບເຈີຜູ້ຄົນ ແບບນີ້ແນວໃດກໍ່ຢູ່ກັນຍາກ 

2. ນອກໃຈ

            ມີຄຳກ່າວວ່າ…ຄວາມລໍ່າລວຍພິສູດໃຈຊາຍ ຄວາມລຳບາກພິສູດໃຈຍິງ ກ່ອນທີ່ເຈົ້າຄິດຈະມີຄົນໃຫມ່ ຄິດເຖິງມື້ທີ່ເຈົ້າເຄີຍສັນຍາກັບເຂົາ ແລະ ລາວໄວ້ ຫາກຄົນໆນີ້ ເຈົ້າເອງກໍ່ຍັງຮັກສາສັນຍາໄວ້ບໍ່ໄດ້ ຄົນຕໍ່ໄປກໍ່ຄືເກົ່າ ຖົມຄວາມຢາກໃນໃຈຂອງຕົນໃຫ້ເຕັມນັ້ນເປັນເລື່ອງຍາກ ແຕ່ກໍ່ບໍ່ແມ່ນວ່າຈະເຮັດບໍ່ໄດ້ ຕໍ່ໃຫ້ຍາກພຽງໃດກໍ່ຈົ່ງຮູ້ລະອາຍຢ່າໃຫ້ໃຜໆ ເຂົາວ່າດີຊົ່ວຮູ້ໝົດ ແຕ່ອົດໃຈບໍ່ໄດ້

3.ອາຍຸທີ່ຫຼາຍຂຶ້ນ ຮູບຮ່າງທີ່ປ່ຽນໄປ

ຫາກອີກຝ່າຍໜຶ່ງເປັນຄົນທີ່ສົນໃຈແຕ່ຮູບຮ່າງພາຍນອກ ຂໍ້ນີ້ກໍ່ຈະກາຍເປັນຄວາມລຳບາກ ຂອງຄູ່ຊີວິດອີກຄົນໄປເລີຍທັນທີ ຫາກເຈົ້າຍອມຮັບໃນກົດຂອງໄຕລັກເກນໄດ້ ຄື ຄວາມເປັນອະນິຈັງ ທຸກຂັງ ອະນັນຕາ ເຈົ້າກໍ່ຈະເບິ່ງທີ່ຄວາມດີຂອງຄູ່ຊີວິດຫຼາຍກວ່າ ອາຍຸ ຫຼື ຮູບຮ່າງ ທີ່ປ່ຽນໄປຕາມຊ່ວງອາຍຸ ຄວາມບໍ່ເໝືອນເດີມຂອງເຂົາ 

 4. ມຸມມອງດ້ານການເງິນຕ່າງກັນ

 ການໃຊ້ເງິນທີ່ແຕກຕ່າງກັນຄືບັນຫາໃຫຍ່ໃນຊີວິດຄອບຄົວ ຍົກຕົວຢ່າງເຊັ່ນ ເມຍຢາກຊື້ຫັ້ນຊື້ນີ້ ຝ່າຍສາມີກໍ່ຫ້າມນັ້ນຫ້າມນີ້ ແມ້ມັນຈະເປັນເຫດນ້ອຍໆ ແຕ່ກໍອາດບານປາຍໄດ້ໃນມື້ໜຶ່ງ ໂດຍສະເພາະຝ່າຍທີ່ຕ້ອງການໃຊ້ເງິນນັ້ນ ເປັນຄົນທີ່ຫາເງິນໄດ້ນ້ອຍກວ່າ ແລ້ວຍັງຕ້ອງໄປ ບຽດບຽນລາຍໄດ້ຈາກອີກຝ່າຍດ້ວຍ

 5.ຄູ່ຊີວິດບໍ່ສາມາດມີລູກໄດ້

 ຟັງເບິ່ງເປັນເລື່ອງຕະຫຼົກ ແຕ່ເຫດການເຊັ່ນນີ້ເກີດຂຶ້ນມາແລ້ວນັບຄັ້ງບໍ່ຖ້ວນ ເພາະຫຼາຍໆຄູ່ ຕ້ອງເລີກລາກັນໄປເນື່ອງຈາກອີກຝ່າຍບໍ່ສາມາດມີລູກໄດ້

 6. ຄວາມຫ່າງໄກ

ຄູ່ຊີວິດຫຼາຍຄູ່ທີ່ຕ້ອງແຍກຍ້າຍກັນໄປເຮັດວຽກ ເຮັດໃຫ້ຄວາມຮັກຄວາມຜູກພັນເລີ່ມຈືດຈາງ ບາງຄູ່ກໍເຂົ້າຂັ້ນເຖິງກັບເຫັນສັດຈະທຳໃນຊີວິດຄູ່ ໃນເມື່ອມີແລ້ວມັນກໍບໍ່ໄດ້ຢູ່ນຳກັນແລ້ວ ຈະມີໄປເຮັດຫຍັງເຮົາເລີກກັນສາ ຈຶ່ງເປັນຄຳຕອບຂອງຊີວິດຄູ່

7. ປາກບໍ່ດີ

ຕອນທີ່ຄົບຫາກັນໃໝ່ໆ ຕ່າງຄົນຕ່າງກໍ່ເຊື່ອງລາຍເອົາໄວ້ມິດຊິດ ພໍໃຊ້ຊີວິດຮ່ວມກັນ ຕ່າງຝ່າຍຕ່າງກໍ່ປ່ອຍ ຂອງທີ່ເກັບເອົາໄວ້ຢ່າງເຕັມທີ ຄຳເວົ້າທີ່ບໍ່ເຄີຍຄິດວ່າຈະໄດ້ຍິນຈາກປາກຂອງຄູ່ຊີວິດ ມື້ໜຶ່ງພໍໄດ້ປະຈັກດ້ວຍຕົນເອງກໍອາດກາຍເປັນອີກຢ່າງ ວ່າກັນວ່າເວລາທີ່ເຮົາຜິດກັບຄົນທີ່ເຮົາຮັກເຮົາແຄ ເຮົາຈະສັນຫາຄຳເວົ້າທີ່ບໍ່ດີ ມາເວົ້າໃຫ້ຝ່າຍຕົງຂ້າມໄດ້ຍິນ ເພາະເຮົາຮູ້ຂໍ້ດ້ອຍຂອງຄູ່ຮັກເຮົາດີ ຈຳໄວ້ເດີ ເຈົ້າສັນຫາຄຳເວົ້າທີ່ເຈັບແສບທີ່ສຸດມາວ່າໃຫ້ຄົນທີ່ເຈົ້າຮັກທີ່ສຸດຟັງ ພໍເລື່ອງລາວມັນຈົບລົງຄົນເວົ້າ ນັ້ນແຫຼະທີ່ຈະເຈັບແສບທີ່ສຸດ

8. ວິທີການລ້ຽງລູກຕ່າງກັນ

 ຄູ່ຊີວິດບໍ່ສາມາດມີລູກໄດ້ອາດເປັນສາເຫດຂອງການເລີກກັນ ແຕ່ການມີລູກແລ້ວທັດສະນະຂອງການລ້ຽງລູກ ທີ່ແຕກຕ່າງກັນ ກໍ່ອາດເປັນສາເຫດກໍ່ເປັນໄດ້ ລູກຕ້ອງຮຽນອະນຸບານນີ້ເທົ່ານັ້ນ ຕົກລົງເວລາລູກເຮັດຜິດ ຕຳນິລູກໄດ້ບໍ່? ເຈົ້າຕາມໃຈລູກຫຼາຍເກີນໄປຫຼືບໍ່? ຕ້ອງໃຫ້ເງິນລູກໃຊ້ເດືອນລະເທົາໃດ? ອາຍຸເທົ່າໃດຈຶ່ງຈະໃຫ້ລູກມີແຟນໄດ້? ຈະຮຽນສາຍໃດດີ ເພາະມັນເປັນສິ່ງທີ່ພໍ່ແມ່ຖືກປູກຝັງມາຕັ້ງແຕ່ກ່ອນເຊັ່ນກັນ ພື້ນຖານ ແລະ ແນວຄິດໃນການດຳເນີນຊີວິດ ຂອງແຕ່ລະຄອບຄົວ

9. ມັກລົງໄມ້ລົງມື

ເຫດການເຊັ່ນນີ້ ບໍ່ພຽງແຕ່ເຮັດໃຫ້ຝ່າຍຕົງຂ້າມຕ້ອງເຈັບຮ່າງກາຍໜໍາຊໍ້າຍັງເຈັບໃຈ ຈົນກາຍເປັນບັນຫາໃຫຍ່ ຫາກຝ່າຍທີ່ລົງມື ໃຫ້ຫັນມາພິຈາລະນາຫາກຜູ້ທີ່ຖືກກະທຳຄືພໍ່ແມ່ຂອງເຈົ້າ ເຈົ້າຈະຮູ້ສຶກແນວໃດ?

10. ນິໄສບໍ່ດີ

 ຄູ່ຊີວິດມີນິໄສໃນທາງທີ່ບໍ່ດີ ເຊັ່ນ ຂີ້ຄ້ານເຮັດວຽກເຮືອນ ບໍ່ຮັກສາຄວາມສະອາດໃນເຮືອນ ຫຼື ບໍ່ຮັບຜິດ ຊອບໃນໜ້າທີ່ການງານ ສິ່ງເຫຼົ່ານີ້ລ້ວນແຕ່ເປັນບັນຫາທີ່ແກ້ໄຂຍາກ ເພາະເປັນຄືນິໄສຂອງອີກຝ່າຍໄປແລ້ວ ທ້າຍທີ່ສຸດແລ້ວຫາກ ບໍ່ຍອມປັບຕົວ ຄົງຕ້ອງລາຈາກກັນໄປ

                                          

SHARE

Author

ຂ້າພະເຈົ້າ Mr bounsou ນັກພັດທະນາຊອບແວ ມີປະສົບການມາຫຼາຍ ກວ່າ7ປີ ໃນການສ້າງເວັບໄຊ ເບີ 020 56387587

  • Image
  • Image
  • Image
  • Image
  • Image
    Blogger Comment
    Facebook Comment

0 Comments:

แสดงความคิดเห็น