Please enable JavaScript in your browser preferences and then Reload this page!!!

ເຄັກແອວມ໋ອນ ສູດຝລັ່ງ ~ bns studio

BNS STUDIO

ຍິນດີຕ້ອນຮັບທຸກທ່ານເຂົ້າສູ່ເວັບຂອງເຮົາ

Ads

ເຄັກແອວມ໋ອນ ສູດຝລັ່ງ

 

"image.png" อัปโหลดไม่สำเร็จ

ເຄັກສູດນີ້ ແມ່ນ ກຳເນີດຂຶ້້ນ ໃນສະຕະວັດ ທີ 17, ເຊິ່ງເກີດຈາກ ແມ່ຊີ ໃນ ເມືອງນ໋ອງຊີ ປະເທດຝລັ່ງ. ຍ້ອນວ່າ ຕອນນັ້ນ ເພິ່ນໃຊ້ ໄຂ່ ແດງ (ເປັນນ້ຳຫມຶກ) ເອົາມາຂຽນ ຄຳພີ ໄບເບິ້ນ. ຈຶ່ງມີໄຂ່ຂາວ ເຫລືອ ເປັນຈຳນວນຫລາຍ, ເພິ່ນຈິ່ງນຳໃຊ້ ໄຂ່ຂາວ ມາເຮັດເຄັກ. ແລະ ນັ້ນ ກາຍເປັນຈຸດເລີ່ມຕົ້ນ ຂອງເຄັກ ແຕ່ມື້ນັນ ມາຮອດ ປັດຈຸບັນ.

ເຄື່ອງປຸງ

ວິທີເຮັດ

1. ເລີ່ມຕົ້ນ ຕີໄຂ່ຂາວ (ດ້ວຍເຄື່ອງຕີໄຂ່) ຈົນມັນຟູ ແລ້ວ ຈຶ່ງໃສ່ ນ້ຳຕານ,ສືບຕໍ່ ຕີຈົນມັນຂຶ້້ນ ເປັນໂຟມແໜ້ນ. ແລ້ວປະໄວ້

2. ເອົາອີກຊາມໜຶ່ງ ມາປະສົມແປ້ງ: ຄ່ອຍໆຖອກ ເນີຍ( ລະລາຍແລ້ວ) ລົງ, ໃສ່ແປ້ງ, ໃສ່ ຜົງ ແອວມ່ອນ, ໃສ່ ກິ່ນ ວະນິລາ ແລະ ຜິວໝາກນາວຂູດ ລົງ, ຄົນໃຫ້ເຂົ້້າກັນດີ.

3. ຖອກໄຂ່ ຂາວທີ່ຕີປະໄວ້ນັ້ນ ໃສ່ ຊາມແປ້ງທີ່ປະສົມໄວ້, ໃຊ້ ໄມ້ດ້າມ ຄ່ອຍຄົນ ໄປຕາມເຂັມໂມງ ໃຫ້ມັນເຂົ້າກັນດີ. ( ຫ້າມຄົນແຮງ ແລະ ຫ້າມ ຄົນແບບ ສະຫລັບທິດທາງ ເພາະ ຈະທຳລາຍໄຂ່ຂາວ)

4. ທາເນີຍ ໃສ່ ພາຊະນະອົບເຄັກ ໃຫ້ທົ່ວ, ແລ້ວ ຖອກສ່ວນປະສົມເຄັກ ທັງໝົດລົງ.

5. ອົບ ອຸນນະພູມຕ່ຳ (150°C) ປະມານ 35 ຫາ 40 ນາທີ.

6. ເອົາອອກຈາກ ພາຊະນະ ປະໄວ້ ຕານ່າງ ຫລື ຈານ ໃຫ້ເຢັນ. ແລ້ວຈຶ່ງເສີບ.


ເຄື່ອງມື ທີ່ໃຊ້ແຕ່ງເມນູນີ້

SHARE

Author

ຂ້າພະເຈົ້າ Mr bounsou ນັກພັດທະນາຊອບແວ ມີປະສົບການມາຫຼາຍ ກວ່າ7ປີ ໃນການສ້າງເວັບໄຊ ເບີ 020 56387587

  • Image
  • Image
  • Image
  • Image
  • Image
    Blogger Comment
    Facebook Comment

0 Comments:

แสดงความคิดเห็น