ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ
ເມືອງແມດ ຫ້ອງການສຶກສາທິການ ແລະ ກິລາເມືອງ ເລກທີ 02 / ຮ ຮ ນ ອ ດ ຕ
ໝວດໂຮງຮຽນປະຖົມ........... ລົງວັນທີ 6 ເມສາ 2017
ໜັງສືມອບເງິນ
- ອີງຕາມ : ຄຳສັ່ງແນະນຳ ຂອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ແມດ ສະບັບເລກທີ 140 / ສ ກ ມ ມ ລົງວັນທີ 7 ມີນາ 2017 ວ່າດ້ວຍການເກັບເງິນຄ່າໃບປະກາສະນີຍະບັດຈົບຊັ້ນ ປ.5 ປະຈໍາສົກຮຽນ 2016 -2017 ຜູ້ລະ 35 000 ກີບ ແລະ ເງິນຄ່າຄໍາຮ້ອງຂໍເຂົ້າສອບເສັງຈົບຊັ້ນ ປ.5 ປະຈໍາສົກຮຽນ 2016 -2017 ຜູ້ລະ 15 000 ກີບ ຫັກໄວ້ໂຮງຮຽນຜູ້ລະ 2 000 ກີບ.
- ດັ່ງນັ້ນຄະນະອໍານວຍການໂຮງຮຽນປະຖົມນາອຸດົມໃຕ້ຈຶ່ງຂໍມອບເງິນຈໍານວນດັ່ງກ່າວໃຫ້ຫ້ອງການສຶກສາທິການ ແລະ ກິລາເມືອງແມດດັ່ງລາຍລະອຽດດັ່ງລູ່ມນີ້:
1 . ຄ່າໃບປະກາສະນີຍະບັດຈົບຊັ້ນ ປ.5 ຜູ້ລະ 35 000 ກີບ x 27 ຄົນ = 945 000 ກີບ
2 .ຄ່າຄໍາຮ້ອງຂໍເຂົ້າສອບເສັງຈົບຊັ້ນ ປ.5 ຜູ້ລະ 13 000 ກີບ x 27 ຄົນ = 35 000 ກີບ
3. ລວມທັງໝົດທີ່ໂຮງຮຽນປະຖົມນາອຸດົມໃຕ້ມອບໃຫ້ຫ້ອງການສຶກສາທິການ ແລະ ກິລາເມືອງແມດແມ່ນ
1 296 000 ກີບ. (ໜຶ່ງລ້ານ ສອງແສນ ເກົ້າສິບຫົກພັນກີບ)
ຫົວໜ້າໝວດໂຮງຮຽນ
0 Comments:
แสดงความคิดเห็น