1. ເຂົາບໍ່ເຄີຍມອບສິ່ງດີໆ ໃຫ້ກັບເຈົ້າ
ມີແຕ່ຈະຄອຍທຳຮ້າຍທຳລາຍຄວາມຮູ້ສຶກຄົນເຮົາຫາກຈະຄົບກັນບໍ່ວ່າດ້ວຍສະຖານະຫຍັງ
ສິ່ງໜຶ່ງທີ່ຄວນມອບໃຫ້ແກ່ກັນຄືຄວາມຮັກຄວາມຫ່ວງໃຍບໍ່ຕ້ອງເຖິງກັບເອົາໃຈໃສ່ຕະຫຼອດເວລາ
ແຕ່ກໍ່ຄວນທີ່ຈະຄິດດີເຮັດດີໃຫ້ແກ່ກັນ ແຕ່ຖ້າຫາກເຂົາຄອຍແຕ່ຈະກັ່ນແກ້ງທຳຮ້າຍຈິດໃຈ
ເຮັດໃຫ້ເຈົ້າຮູ້ສຶກບໍ່ສະບາຍໃຈຊໍ້າແລ້ວຊໍ້າອີກເຖິງແມ່ນວ່າເຈົ້າຈະເຕືອນເຂົາແລ້ວຫຼື ບອກຄວາມໃນໃຈ
ໃຫ້ເຂົາຮູ້ແລ້ວເຂົາກໍ່ຍັງບໍ່ຢຸດທີ່ຈະທຳຮ້າຍຄວາມຮູ້ສຶກຂອງເຈົ້າແຖມບາງຄັ້ງເຂົາຍັງເບິ່ງມ່ວນກັບ
ການເຮັດໃຫ້ເຈົ້າຮູ້ສຶກບໍ່ດີອີກດ້ວຍ ຫາກເຂົາເປັນຄົນເຊັ່ນນີ້ກໍບໍ່ແນ່ໃຈວ່າເຂົາບໍ່ຮູ້ຈັກວິທີການສະແດງຄວາມຮັກ
ຫຼື ເຂົາຄົບເຈົ້າພຽງເພື່ອໃຫ້ເຈົ້າເປັນທີ່ລະບາຍອາລົມເທົ່ານັ້ນ
2. ເຂົາເບິ່ງເຈົ້າໃນແງ່ຮ້າຍຢູ່ສະເໝີ
ຫາກເຂົາເບິ່ງເຈົ້າໃນແງ່ຮ້າຍຢູ່ສະເໝີ ຫວາດລະແວງ ແລະ ບໍ່ໄວ້ວາງໃຈເຈົ້າຢູ່ສະເໝີ
ແມ້ວ່າເຈົ້າຈະພະຍາຍາມພິສູດຕົນເອງໃຫ້ເຂົາເຫັນຫຼາຍຂະໜາດໃດກໍ່ບໍ່ສາມາດເຮັດຫໃ້ເຂົາ
ເບິ່ງເຈົ້າໃນແງ່ດີຂຶ້ນມາໄດ້ຫາກຍັງຄົບກັນຕໍ່ໄປກໍ່ມີແຕ່ຈະຫວາດລະແວງຫາເລື່ອງຮ້າຍໆ
(ເຊິ່ງອາດຈະບໍ່ແມ່ນເລື່ອງແທ້ ແຕ່ເກີດຂຶ້ນຈາກຄວາມຫວາດລະແວງຂອງເຂົາເອງ) ຂື້ນມາທຳຮ້າຍຈິດໃຈ
ກັນເລື້ອຍໆ ຈົນເຮັດໃຫ້ຮູ້ສຶກອຶດອັດ ແລະ ຕະຂິດຕະຂວງໃຈທີ່ຈະຄົບກັນ
3. ເຂົາເຮັດໃຫ້ເຈົ້າເສຍໃຈຊໍ້າແລ້ວຊໍ້າອີກ
ແຕ່ເຈົ້າຕ້ອງພິຈາລະນາຕົ້ນເຫດຂອງຄວາມເສຍໃຈນັ້ນໃຫ້ຊັດເຈນເສຍກ່ອນວ່າຄວາມເສຍໃຈນັ້ນເກີດຂຶ້ນຈາກ
ສາເຫດຫຍັງເກີດຂຶ້ນຈາກຄວາມຕັ້ງໃຈຫຼືບໍ່ ແລະ ເມື່ອເກີດເຫດການນັ້ນຂຶ້ນເຂົາມີຄວາມພະຍາຍາມ
ທີ່ຈະແກ້ໄຂສະຖານະການນັ້ນແນວໃດ ເຂົາເບິ່ງວ່າເລື່ອງນີ້ຄືບັນຫາທີ່ຄວນໄດ້ຮັບການແກ້ໄຂຫຼືບໍ່
ເຂົາໄດ້ພະຍາຍາມປັບປຸງປ່ຽນແປງຫຍັງໃຫ້ດີຂຶ້ນກວ່າເກົ່າຫຼືບໍ່
4. ມີສຸກຮ່ວມເສບ ແຕ່ມີທຸກບໍ່ເຄີຍຮ່ວມຕ້ານ
ໃນຍາມທີ່ເຮົາພົບເຈີກັບບັນຫາເຈີອຸປະສັກຫຼືຕົກຢູ່ໃນບ່ອນນັ່ງລຳບາກຄົນທີ່ຮັກເຮົາຍ່ອມຕ້ອງ
ພະຍາຍາມຫາທາງຊ່ວຍເຫຼືອແກ້ໄຂສະຖານະການໃຫ້ດີຂຶ້ນບໍ່ຫຼາຍກໍໜ້ອຍ ຫຼືແມ້ແຕ່ການສະແດງ
ຄວາມຫ່ວງໃຍໄຕ່ຖາມຄວາມເປັນໄປກໍເປັນໜຶ່ງໃນການສະແດງອອກເຖິງຄວາມເປັນຫ່ວງເປັນໃຍ
ຫາກຄົນທີ່ເຈົ້າຮັກ ຫຼື ຄົນທີ່ເຈົ້າກຳລັງຄົບຢູ່ບໍ່ເຄີຍສະແດງທ່າທີທີ່ຈະຊ່ວຍເຫຼືອເຈົ້າດ້ວຍຄວາມເຕັມໃຈ ແລະ ຈິງໃຈ
ເລີຍມີແຕ່ຈະຂໍຄວາມຊ່ວຍເຫຼືອຈາກເຈົ້າຮຽກຮ້ອງສິ່ງຕ່າງໆ ຈາກເຈົ້າຮ້ອງຂໍຄວາມຊ່ວຍເຫຼືອຈາກເຈົ້າ
ຢູ່ສະເໝີແຕ່ບໍ່ຄິດຈະຫຼຽວແລໃນມື້ທີ່ເຈົ້າຕົກຕໍ່າ ຫຼືລຳບາກຄົນແບບເຈົ້າສາມາດຄົບເປັນເພື່ອນທ່ຽວ, ເພື່ອນກິນ, ເພື່ອນລົມຍາມເຫງົາໄດ້ ແຕ່ຫາກຕ້ອງການຈະຝາກຝັງຊີວິດ
ຫວັງເພິ່ງພາໃນອະນາຄົດກໍຄົງເປັນໄປໄດ້ຍາກ
5. ເຂົານຳຄວາມລັບຂອງເຈົ້າໄປເປີດເຜີຍໃຫ້ຄົນອື່ນຮູ້ຢູ່ສະເໝີ
ຫຼາຍຄົນອາດເຄີຍໄດ້ຍິນຄຳເວົ້າທີ່ວ່າ “ຄວາມລັບບໍ່ມີໃນໂລກ” ແຕ່ເພື່ອນຫຼືຄົນຮັກທີ່ດີກໍບໍ່ຄວນນຳຄວາມລັບຂອງເຮົາໄປເປີດເຜີຍໃຫ້ຄົນອື່ນຮັບຮູ້
ເຮົາເລົ່າໃຫ້ເຂົ້າຟັງເພາະເຮົາໄວ້ໃຈເຂົາ ວາງໃຈວ່າເຂົາຈະບໍ່ແອບທຳຮ້າຍເຮົາດ້ວຍການນຳຄວາມລັບຂອງເຮົາໄປເວົ້າຕໍ່
ຫາກການນຳຄວາມລັບຂອງເຮົາໄປເປີດເຜີຍນັ້ນສົ່ງຜົນດີຕໍ່ເຮົາກໍອາດຈະຍັງພໍໃຫ້ອະໄພໄດ້
ແຕ່ຖ້າຫາກການນຳຄວາມລັບຂອງເຮົາໄປເປີດເຜີຍແລ້ວເຮັດໃຫ້ຊີວິດຂອງເຮົາຕ້ອງພົບເຈີກັບຄວາມ
ລຳບາກຫຼືໄດ້ຮັບຜົນກະທົບຫຼືເກີດບັນຫາຕາມມາຫຼາຍການກະທຳນີ້ຍ່ອມບໍ່ແມ່ນການກະທຳທີ່ດີ
ແລະ ບໍ່ແມ່ນການກະທຳທີ່ຫວັງດີຕໍ່ເຮົາຫາກຄົນທີ່ເຮົາຮັກ ວາງໃຈ ແລະ ສະໜິດທີສຸດຍັງບໍ່ສາມາດເຊື່ອໃຈໄດ້ຕ້ອງຄົບກັນຢ່າງຫວາດລະແວງ
ໂດຍບໍ່ຮູ້ວ່າເຂົາຈະນຳເລື່ອງຂອງເຮົາໄປເວົ້າຕໍ່ເມື່ອໃດເຮົາກໍ່ຄົງບໍ່ສາມາດຄົບກັນຢ່າງມີຄວາມສຸກໄດ້
0 Comments:
แสดงความคิดเห็น