Please enable JavaScript in your browser preferences and then Reload this page!!!

ເມື່ອຄົນຮັກນອກໃຈໃຫ້ເຮັດສິ່ງນີ້ ~ bns studio

BNS STUDIO

ຍິນດີຕ້ອນຮັບທຸກທ່ານເຂົ້າສູ່ເວັບຂອງເຮົາ

Ads

ເມື່ອຄົນຮັກນອກໃຈໃຫ້ເຮັດສິ່ງນີ້

 


1. ຢ່າໂວຍວາຍ

ເລີ່ມຈາກນັບ 1 2 3 ໃນໃຈ ແລ້ວນິ່ງເສີຍໄວ້ກ່ອນ ຢ່າປ່ອຍໃຫ້ອາລົມຫຶງເຮັດໃຫ້ເຈົ້າຫຸນຫັນພັນແລ່ນ ຕີໂພຍຕີພາຍ

ໄປກ່ອນຫລືປ່ອຍໃຫ້ຄວາມເສຍໃຈ ເຮັດໃຫ້ເຈົ້າຕັດສິນໃຈຫຍັງຜິດໆ ເລື່ອງພຽງເທົ່ານີ້ອາດເປັນຄວາມພິດພາດຊົ່ວຄັ້ງຊົ່ວຄາວ ແຮງເຮັດບໍ່ຮູ້ບໍ່ຊີ້ໄວ້ກ່ອນຍິ່ງດີ

2. ເຈົ້າຄືສິ່ງທີ່ດີທີ່ສຸດໃນຊີວິດ

ຖ້າເຂົາຈະນອກລູ່ນອກທາງ ໄປຕື່ນເຕັ້ນກັບຂອງໃຫມ່ ກໍ່ປ່ອຍໆ ໄປແດ່ແຕ່ທີ່ສຳຄັນຄືເຈົ້າຕ້ອງສະແດງໃຫ້ເຂົາເຫັນວ່າເຮົາເປັນຜູ້ຍິງທີ່ມີຄຸນຄ່າແລະເຫມາະທີ່ຈະເປັນພັນລະຍາ ແລະ ແມ່ຂອງລູກຫລາຍທີ່ສຸດ ຂອງດີ? ໃຜໆກໍ່ຢາກໄດ້? ແມ່ນແທ້ບໍ່ ເຮັດດີຕໍ່ເຂົາໃຫ້ຫລາຍໆ  ເພື່ອພິສູດວ່າເຈົ້າຍອມຮັບເຂົາໄດ້ໃນທຸກເລື່ອງ

3. ຫ້າມໃຊ້ວິທີຮຸນແຮງໂດຍເດັດຂາດ

ພະຍາຍາມທຳຕົວເປັນນາງເອກເຂົ້າໄວ້ ຢ່າເປັນນາງຮ້າຍເອົາເອງ ຂົ່ມໃຈໄວ້ຢ່າລຸກຂຶ້ນອາລະວາດ ຫລື ທຳຮ້າຍຝ່າຍກົງກັນຂ້າມພຽງເພາະຕ້ອງການແກ້ແຄ້ນໃຫ້ສາສົມກັບທີ່ເຈົ້າເຈັບປວດ ເພາະມັນບໍ່ຊ່ວຍເຮັດໃຫ້ຫຍັງດີຂຶ້ນ ຊ້ຳຮ້າຍມັນອາດຈະເຮັດໃຫ້ບັນຫາລຸກລາມໃຫ່ຍໂຕ

4. ຢ່າມົວແຕ່ລະແວງການນອກໃຈ

ແມ້ຈະຮ້າຍແຮງແຕ່ບໍ່ເຖິງຂັ້ນ ຂ່າຄົນຕາຍ ນະຈ່ະ ຖ້າຕໍ່ຈາກນັ້ນເຈົ້າເອົາແຕ່ຈ້ອງຈັບຜິດວ່າເຂົາຈະໄປໃສເຮັດຫຍັງກັບໃຜ

ຄອຍເຊັກໄປຫມົດທຸກຢ່າງ ທຸກເລື່ອງ ມັນແຮງເຮັດໃຫ້ເຂົາເບື່ອຫນ່າຍແລະຮຳຄານ (ແທນທີ່ຈະສຳນຶກຜິດ) ແຕ່ສະແດງໃຫ້ເຂົາຮູ້ວ່າເຮົາຮູ້ແຕ່ມິດຫງຽບໄວ້ ປ່ອຍໃຫ້ສຳນຶກຜິດເອງໄດ້ຜົນກວ່າ

5. ໄຮ້ປະໂຫຍກທີ່ຈະຟື້ນຄວາມຫລັງ ມາເຮັດໃຫ້ຜິດກັນອີກຊ້ຳສອງ

ຈື່ໄວ້ວ່າການຂຸດຄຸ້ຍອະດິດທີ່ເປັນແຜຂອງອີກຝ່າຍເປັນສິ່ງທີ່ບໍ່ຄວນເຮັດຢ່າງຍິ່ງທັ້ງບໍ່ໄດ້ປະໂຫຍກ ແລະ ຮັງແຕ່ຈະຕອກຢ້ຳຊ້ຳເຕີມໃຫ້ສະຖານະການຮ້າຍແຮງ ຍິ່ງຂຶ້ນກາຍເປັນຊະນວນຂອງການຜິດກັນ ເພາະລະແວງກັນໄປລ້າໆ ແລະ ແຮງຕອກຢ້ຳວ່າເຈົ້າຍັງຝັງໃຈກັບສິ່ງທີ່ເກີດຂຶ້ນ

6. ຢ່າປະຊົດຊີວິດ

ຄວນວາງຕົວເອງໃຫ້ມີຄຸນຄ່າຢ່າຄິດປະຊົດຄົນຮັກດ້ວຍວິທີດຽວກັນຄືຫັນໄປຫາຄົນອື່ນແດ່ ເພາະວິທີນີ້ຈະເຮັດໃຫ້ເຂົາເປັນຝ່າຍເລືອກທີ່ຈະໄປຫາຄົນອື່ນການໃຊ້ວິທີນີ້ ໃຊ້ບໍ່ໄດ້ຜົນກັບຄວາມຮັກເດີຈ່ະ ຈະບອກໃຫ້

7. ການໃຫ້ອະໄພ

ແມ້ວ່າ ການໃຫ້ອະໄພ ຈະເປັນສິ່ງທີ່ເຮັດຍາກທີ່ສຸດ ຢ່າງຫນຶ່ງໃນຊີວິດຄົນເຮົາ ແຕ່ຖ້າການທີ່ເຮົາເລືອກທີ່ຈະຄົບໃຜຈັກຄົນແລະຈະປະຄອງຄວາມຮັກໄປໃຫ້ຕະຫລອດຮອດຝັ່ງກໍ່ຄວນ ຍົກໂທດໃຫ້ກັບຄົນທີ່ເຮົາຮັກ ເພາະເຂົາເອງກໍ່ເປັນພຽງຄົນທຳມະດາຄົນຫນຶ່ງທີ່ເຮັດຜິດພາດໄດ້ສະເຫມີ

8. ເອົາໃຈໃສ່ຕົວເອງຫລາຍຂຶ້ນ

ຢ່າປ່ອຍເນື້ອປ່ອຍຕົວເຮັດຕົວໃຫ້ເບິ່ງດີເບິ່ງງາມເຂົ້າໄວ້ ເອົາແບບທີ່ຮຽກວ່າແມ້ແຕ່ຄົນຮັກຂອງເຈົ້າຍັງຕາຄ້າງ ຜົນທີ່ຫຍຸ້ງໆຟູໆກໍ່ຈັດການຊະ

ໃຫ້ຮຽບຮ້ອຍ ເຊັດຄາຍນ້ຳຕາຖິ້ມແລ້ວຫັນມາເອົາໃຈໃສ່ໃຫ້ສວຍປິ້ງ ດີກວ່າເສີຍອີກ ເຮົາບໍ່ແມ່ນຂອງຕາຍຂອງໃຜ ເນາະ

9. ຫັນຫນ້າເຂົ້າຫາກັນ

ສາເຫດຂອງ ການນອກໃຈສ່ວນຫນຶ່ງມາຈາກບັນຫາລະຫວ່າງເຈົ້າກັບລາວ ເຊຶ່ງເຈົ້າເອງອາດມີຂໍ້ບົກພ່ອງໃນບາງສິ່ງຄວນຫັນມາເວົ້າຈາກັນເພື່ອປັບຄວາມຮູ້ສຶກເຂົ້າກັບອີກຝ່າຍລວມທັ້ງໃຫ້ເວລາ ແລະເອົາໃຈໃສ່ ຄົນຮັກໃຫ້ຫລາຍຂຶ້ນ

10. ບໍ່ຄວນເອົາເລື່ອງນີ້ໄປປະຈານກັບຄົນອື່ນ

ບັນຫານີ້ເປັນເລື່ອງຂອງ ຄົນສອງຄົນ ເລື່ອງລະຫວ່າງເຈົ້າກັບລາວ ທາງທີ່ດີຢ່ານຳຄວາມຜິດຂອງເຂົ້າໄປ ໂຄສະນາຫລືປະຈານໃຫ້ເພື່ອນຫລືບຸກຄົນ ໃກ້ຊິດຟັງເພາະຈະເຮັດໃຫ້ຄົນຮັກຂອງເຈົ້າຮູ້ສຶກເສຍຫນ້າແລະເຂົ້າຫນ້າຄົນໃກ້ຊິດຂອງເຈົ້າບໍ່ຕິດ ເຖິງແມ່ນວ່າຕໍ່ໄປເຂົາກັບເຈົ້າຈະຄືນດີກັນ ຫລືບໍ່ກໍ່ຕາມອ່ານແລ້ວຮູ້ສຶກວ່າບົດຄວາມນີ້ມີປະໂຫຍດ ແລະ ຮູ້ສຶກວ່າຊ່ວຍໃຫ້ທ່ານມີແນວຄິດໃຫມ່ໆໄດ້ ກໍ່ຢ່າລືມກົດແຊຮ໌ເກັບໄວ້

SHARE

Author

ຂ້າພະເຈົ້າ Mr bounsou ນັກພັດທະນາຊອບແວ ມີປະສົບການມາຫຼາຍ ກວ່າ7ປີ ໃນການສ້າງເວັບໄຊ ເບີ 020 56387587

  • Image
  • Image
  • Image
  • Image
  • Image
    Blogger Comment
    Facebook Comment

0 Comments:

แสดงความคิดเห็น