ເຄີຍເລີກກັບຄົນຮັກໄປແບບບໍ່ທັນຕັ້ງໂຕ. ຕ້ອງນອນແລະຮ້ອງໄຫ້ເປັນເວລາຫລາຍອາທິດ ແຕ່ເວລາສາມາດຮັກສາເຮົາໄດ້ ຈົນຮອດມື້ນີ້ ຈົນເກືອບລືມລາວອອກຈາກລະບົບສາດ, ແຕ່ກະທັນຫັນຊາຍຄົນນັ້ນທີ່ເຄີຍຖິ້ມເຮົາ ຫຼັງຈາກນັ້ນ, ຢູ່ໆກະມາກົດໄລ້ໂພດລ້າສຸດຂອງເຮົາ. ຄາວນີ້່ພາບຄວາມຊົງຈຳທຸກຢ່າງ ກໍຫວນກັບມາຢ່າງໄວວາຈາກທີ່ເຄີຍຄິດວ່າເຮົາລືມເຂົາໄດ້ມັນກໍບໍ່ລືມແລ້ວ ຫມູ່ເພື່ອນ, ທ່ານເຄີຍສົງໄສບໍ່ວ່າ ເປັນຫຍັງຈຶ່ງມາກົດໄລ້ເຮົາຢູ່? ລາວກຳລັງຄິດແນວໃດ?
ມື້ນີ້ bns studio ,ມີຄຳຕອບມາໃຫ້ແລ້ວກັບ 4 ເຫດຜົນ ທີ່ແຟນເກົ່າຍັງມາກົດໄລ້ໂພສຂອງເຈົ້າມາເບິ່ງກັນດີກວ່າວ່າເປັນຫຍັງກັນແທ້?
1. ເຂົາຢາກລົມກັບເຈົ້າແຕ່ບໍ່ກ້າ
ລາວຍັງຕ້ອງການລົມກັບທ່ານ. ອາດຈະເປັນເພື່ອນທີ່ດີ ຫລືແຟນເກົ່າທີ່ຕ້ອງການສ້າງຄວາມສຳພັນໃໝ່ ອິຫຍັງກະວ່າກັນໄປ ແຕ່ລາວຢ້ານວ່າທ່ານຈະບໍ່ຢາກເວົ້າກັບລາວ. ສະນັ້ນບໍ່ກ້າທັກທາຍເລີຍກົດໄລ້ຢູ່ແບບນີ້ເທົ່ານັ້ນ
2. ເຂົາບໍ່ຢາກໃຫ້ເຈົ້າລືມເຂົາໄປ
ລາວຍັງຕ້ອງການໃຫ້ທ່ານຮູ້ວ່າລາວຍັງມີຢູ່ໃນໂລກນີ້. ຢ່າຟ້າວລືມລາວເທື່ອ. ຄິດຮອດລາວແດ່ ເພາະວ່າລາວຍັງຄິດຮອດເຈົ້າຢູ່ທຸກໆມື້.
3. ເຂົາຍິນດີກັບຊີວິດຂອງເຈົ້າ.
ລາວມາກົດໄລ້ເພື່ອມິດຕະພາບທີ່ດີ. ຢ່າງຫນ້ອຍພວກເຮົາຍັງເຄີຍຮັກກັນແລະກັນ. ເຖິງແມ່ນວ່າມື້ນີ້ບໍ່ໄດ້ໃຊ້ໃນຖານະເປັນແຟນ ແຕ່ຍັງເປັນຫ່ວງເປັນໄຍ ແລະ ຍັງຫວັງດີກັບເຈົ້າສະເໝີ. ສະນັ້ນເມື່ອລາວເຫັນໂພສກ່ຽວກັບຊີວິດຂອງທ່ານ ສະນັ້ນລາວມັກມາກົດໄລ້ໃຫ້ເປັນກຳລັງໃຈແມ່ນບໍລະ
4. ເຂົາກຳລັງເລີ່ມຈະຈີບເຈົ້າຄັ້ງທີ 2
ຫາກເຂົາເຂົ້າມາກົດໄລ້ລົວໆ ບໍ່ຄ່ອຍຈະພາດການໂພດຂອງເຈົ້າ. ກໍຂໍໃຫ້ຮູ້ວ່າລາວຍັງມີໃຈນະ ຍັງມີໃຈໃຫ້ເຈົ້າຢູ່ ແລະ ກຳລັງກັບມາລົມກັບທ່ານໃໝ່ ສ້າງຄວາມປະທັບໃຈຄືກັບຄັ້ງທຳອິດທີພົບກັນ ເວລານີ້ມັນຂື້ນກັບເຈົ້າແລ້ວວ່າຈະເປີດໃຈໃຫ້ກັບເຂົາອີກຄັ້ງຫຼືບໍ?
ແລະນີ້ແມ່ນ 4 ເຫດຜົນທີ່ແຟນເກົ່າ ຍັງມາກົດໄລ້ໂພສຂອງເຈົ້າເວລານີ້ມັນຂຶ້ນກັບທ່ານ.ວ່າຈະຕອບສະໜອງເຂົາກັບໄປສານສາຍສຳພັນ ທີ່ດີກັບກັນແລະກັນຕໍ່ ຫຼື ຈະບລັອກໄປເລີຍກໍແລ້ວແຕ່ຄວາມສະບາຍໃຈຂອງເຈົ້າເລີຍ
0 Comments:
แสดงความคิดเห็น