1. ຫັນມາໃສ່ໃຈການອອກກຳລັງກາຍ
ເຮັດຕາຕະລາງການອອກກຳລັງກາຍເລີຍ ຫາກເຮັດໄດ້ ກໍເຮັດເຄື່ອງໝາຍບາງຢ່າງທີ່ບອກວ່າເຮົາເຮັດໄດ້ແລ້ວ ວິທີການແບບນີ້ ຈະເຮັດໃຫ້ເຮົາພູມໃຈຍິ່ງຂຶ້ນເມື່ອເຮົາສາມາດອອກກຳລັງກາຍໄດ້ຕາມເປົ້າ ຫຼືຫາກເຈົ້າຄິດວ່າ ການອອກກຳລັງກາຍມັນໜ້າເບື່ອ ກໍລອງເລີກອອກກຳລັງກາຍແບບເດີມໆ ຫາວິທີອອກກຳລັງກາຍໃໝ່ໆເບິ່ງ
2.ຫຼິ້ນໂຊຊຽວນ້ອຍໆ
ຫັນມາເວົ້າລົມກັບຄົນຮອບຂ້າງແດ່ ເພື່ອເພີ່ມຄວາມສຳພັນກັບຄົນຮອບຂ້າງແໜ້ນແຟ້ນຫຼາຍຍິ່ງຂຶ້ນ ບາງທີການຈົມໃຈໂຊຊຽວຫຼາຍໄປກໍ່ອາດເຮັດໃຫ້ເກີດຄວາມຄຽດໄດ້ ເພາະໃນແຕ່ລະມື້ ມີຂໍ້ມູນລາກຫຼາຍທີ່ເຂົ້າມາໃນນັ້ນມັນກໍ່ຄົງຈະດີບໍ່ນ້ອຍຫາກເຮົາຫຼິ້ນໂຊຊຽວໃຫ້ນ້ອຍລົງ ແລະ ເງີຍໜ້າຂຶ້ນມາ
3. ຮຽນເຮັດອາຫານປອດສານພິດກິນເອງ
ເມື່ອຢາກມີຫຸ່ນດີ ສຸຂະພາບດີ ຕ້ອງຫັນມາໃສ່ໃຈເລື່ອງອາຫານການກິນໃຫ້ຫຼາຍຂຶ້ນ
ເພາະການເຮັດອາຫານເອງ ຈະຊ່ວຍຄວບຄຸມແຄລອຣີ່ ແລະ ເຮົາເອງຈະເລືອກສິ່ງທີ່ມີປະໂຫຍດຕາມທີ່ເຮົາຕ້ອງການໄດ້
ລົມກັບຄົນທີ່ເຮົາຮັກຫຼາຍຂຶ້ນແລ້ວສິ່ງທີ່ໜ້າສົນໃຈຄື ເຂົ້າຄົວເຮັດອາຫານທີ່ປອດສານພິດກິນເອງ ອາດຈະອາທິດລະ 2-3 ມື້
4. ບັນທຶກສິ່ງດີໆ ປະຈຳວັນ
ເພື່ອໃຫ້ຈິດໃຈເຮົາສົດໃສຂຶ້ນ ຕ້ອງເລີ່ມຈາກຕົວເຮົາເອງ ແມ້ວ່າຈະມີເລື່ອງບໍ່ດີເກີດຂຶ້ນກັບເຮົາແດ່ ແຕ່ຢາກໃຫ້ຫາສິ່ງດີໆ ທີ່ເກີດຂຶ້ນໃນແຕ່ລະມື້ຈົດບັນທຶກລົງໄປສິ່ງດີໆ ເຫຼົ່ານີ້ຈະຊ່ວຍຢຽວຢາຈິດໃຈເຮົາໄດ້ໃຫ້ເຮົາສົດໃສຂຶ້ນຜ່ອນຄາຍຄວາມຄຽດໄດ້ ທັງຍັງເຮັດໃຫ້ເຮົາຮູ້ສຶກ ເຖິງຄຸນຄ່າໃນຕົວເຮົາເອງດ້ວຍແລະນີ້ກໍ່ຄື ວິທີປ່ຽນເຮົາເປັນຄົນໃໝ່ ຫາກເຮັດໄດ້ຕາມນີ້ ເຮົາຈະມີຊີວິດທີ່ມີຄວາມສຸກ ສຸຂະພາບດີຂຶ້ນກວ່າປີກ່ອນໆ ແນ່ໆ
5. ວາງຕາຕະລາງນອນ ໃຫ້ຄົບ 7 ຊົ່ວໂມງ
ເພາະການນອນເດີກ ເກີນ 22:00 ໂມງ ຮ່າງກາຍເຮົາກໍບໍ່ໄດ້ຮັບໂກດຮໍໂມນມາຊ່ອມແຊມສ່ວນທີ່ເສຍ ແລະ ການນອນນ້ອຍກວ່າ 7 ຊົ່ວໂມງ ກໍ່ຈະເຮັດໃຫ້ເສຍສຸຂະພາບໄດ້
ສະນັ້ນ ມາມີສຸຂະພາບທີ່ດີ ດ້ວຍການຈັດເວລາໃຫ້ກັບການນອນເຮົາດີກວ່າອາດຈະເລີ່ມຈາກນອນໃຫ້ຄົບ 6 ຊົ່ວໂມງ ແລ້ວຍັບໄປໃຫ້ຮອດ 7 ຊົ່ວໂມງ ແລະ ຕ້ອງນອນຕອນ 22:00 ໂມງເດີ
6. ຫາເວລາວ່າງ ໃຫ້ກັບຊີວິດ
ກໍເພາະຮ່າງກາຍເອງ ກໍຕ້ອງພັກຜ່ອນ ຕົວເຮົາເອງກໍຢາກຈະໄປເຮັດຫຍັງທີ່ຜ່ອນຄາຍ ແລະ ສິ່ງທີ່ເຮົາມັກ ຖ້າຊັ້ນລອງຈັດເວລາວຊີວິດຕົວເອງດີໆ ເບິ່ງໃຫ້ວຽກກັບຊີວິດສ່ວນຕົວ ບາລານກັນ ເພາະຊີວິດກໍບໍ່ໄດ້ຍາກ.
0 Comments:
แสดงความคิดเห็น