Please enable JavaScript in your browser preferences and then Reload this page!!!

ວິຊາສອບເສັງແມ່ນ: ພາສາລາວ ເວລານ: 60 ນາທີ ~ bns studio

BNS STUDIO

ຍິນດີຕ້ອນຮັບທຸກທ່ານເຂົ້າສູ່ເວັບຂອງເຮົາ

Ads

ວິຊາສອບເສັງແມ່ນ: ພາສາລາວ ເວລານ: 60 ນາທີ

 

ຍິນດີຕ້ອນຮັບທ່ານ : ທ ມສ ເມືອງຄີ່

ລະຫັດ User ID : 10-0836501001

ວິຊາສອບເສັງແມ່ນ: ພາສາລາວ ເວລານ: 60 ນາທີ
1

ໃນເລື່ອງ “ສອງເອື້ອຍນ້ອງ”, ຕົວລະຄອນວົງເພັດເຮັດໜ້າທີ່ຫຍັງຮັບໃຊ້ການປະຕິວັດ?

2

ຂໍ້ໃດ ແມ່ນວະລີທັງໝົດ?

3

ຂໍ້ໃດແມ່ນອົງປະກອບຂອງການອະພິປາຍ?

4

ໃນປະຫວັດວັນນະຄະດີລາວໄລຍະປີ 1893-1954, ໜັງສືພິມ “ລາວໃຫຍ່” ເປັນເວທີໂຄສະນາຫຍັງ?

5

ປະໂຫຍກໃດທີ່ບອກກາລະອະນາຄົດ?

6

ບົດຄວາມທີ່ເວົ້າກ່ຽວກັບວິທີປ້ອງກັນພະຍາດໂຄວິດ 19 ແມ່ນບົດຄວາມປະເພດໃດ?

7

ຄໍາສຸພາສິດລຸ່ມນີ້ມີຄວາມໝາາຍແນວໃດ?

 

“ກິນແກງໃຫ້ເຈົ້າຊອມດູກ້າງ        ຄາຄໍຊິຈີ້ມຍາກ

ດູກມັນໄປຢູ່ຄ້າງ                     ກິນນ້ຳຊິບໍ່ລົງ”

8

ບົດກອນ “ຫອມກິ່ນຈໍາປາ” ລຸ່ມນນີ້ມີຄວາມໝາຍເວົ້າເຖິງຫຍັງ ?

          “ຫົວໃຈຄິດໄຄ່ພໍ້                     ຢາກຮຽງຮ່ວມແຕ່ຈຳປາ

ໄດ້ກິ່ນດວງບຸບຜາ                    ຫື່ນຫອມກໍຫາຍເສົ້າ

ຂໍເອົາຊີວາປ້ອງ                       ປອງແຮຮຽງຮວມ

ໃຕ້ຮົ່ມດວງດອກໄມ້                 ຈຳປາຕົ້ນກິ່ນຫອມ ນີ້ແລ້ວ”

9

ໃນເລື່ອງ “ເສັ້ນທາງແຫ່ງຊີວິດ”, ຕົວລະຄອນສອງແມ່ລູກໄປຢູ່ເຮືອນເພຍຕົງໃນຖານະໃດ?

10

ການລາຍງານຜົນຈາກການຄົ້ນຄວ້າຢ່າງເປັນລະບົບ ແມ່ນການລາຍງານຫຍັງ?

11

ໃນເລື່ອງ “ຜູ້ສືບທອດ”,ຕົວລະຄອນອິດສະຫຼະຂຶ້ນມາຊຽງຂວາງເພື່ອຫຍັງ?

12

ໃຈຄວາມສໍາຄັນຂອງກອນລຸ່ມນີ້ເວົ້າເຖິງຫຍັງ?

 

“ດົງດອນມີມວນໄມ້       ພົງໄພພາງໄຜ່

ທ້ອງທົ່ງນາອັ່ງເຂົ້າ          ຂຽວກຸ້ມກ່ອມລະດູ ອອນຊອນເດ”

13

ລະຄອນ “ບ້າຍົດ” ແມ່ນໃຜເປັນຜູ້ແຕ່ງ?

14

ພາສາຕະກຸນໃດທີ່ບໍ່ມີສຽງພະຍັນຊະນະທີ່ເປັນຕົວສະກົດ?

15

ຂໍ້ໃດແມ່ນໃຈຄວາມຂອງປະໂຫຍກ “ທຸກໆມື້, ພໍ່ຕື່ນນອນແຕ່ເຊົ້າເພື່ອຂາຍເຄື່ອງກໍ່ສ້າງ”?

16

ວັດຈະນານຸກົມທີ່ອະທິບາຍຄວາມໝາຍຂອງຄໍາໃນພາສາໃດໜຶ່ງດ້ວຍອີກພາສາໜຶ່ງ ແມ່ນຮຸບແບບຂອງ

ວັດຈະນານຸກົມໃດ?

17

ຂໍ້ໃດແມ່ນຄໍາຕົວຕັ້ງຂອງປະໂຫຍກລຸ່ມນີ້?

“ທ່ານໝໍ ຄຳແດງ ວົງເພັດພ້ອມດ້ວຍຄະນະລົງກວດກາວຽກງານທຳລາຍແຫຼ່ງເພາະພັນຍຸງລາຍ”

18

ຄໍາວ່າ: ກິໂລແມັດ, ກາລະວັດ, ໂມງ ແມ່ນຄໍາຢືມມາຈາກພາສາໃດ?

19

ຜູ້ປະກາດຂ່າວທາງໂທລະພາບເອີ້ນວ່າຫຍັງ?

20

ໃນເລື່ອງ “ຟອງແມ່ນ້ຳຂອງ”, ໃນແຜນການຂ້າມນ້ໍາຂອງຕົວລະຄອນນັກຮົບສາມສະຫາຍຜູ້ຢູ່ກາງມີໜ້າທີ່ຫຍັງ?

SHARE

Author

ຂ້າພະເຈົ້າ Mr bounsou ນັກພັດທະນາຊອບແວ ມີປະສົບການມາຫຼາຍ ກວ່າ7ປີ ໃນການສ້າງເວັບໄຊ ເບີ 020 56387587

  • Image
  • Image
  • Image
  • Image
  • Image
    Blogger Comment
    Facebook Comment

0 Comments:

แสดงความคิดเห็น